ເຫັນຢາດນ້ຳຝົນຫລົ່ນຈາກຊາຍຄາ
ເໝືອນຢົດນ້ຳຕາຢາມຟ້າສະອື້ນ
ຟ້າຈຶ່ງສະອື້ນໝອງໝົ່ນຈົນຊ້ຳຊວງໃນ
ຟ້າໂກດເຄືອງໃຜຈຶ່ງແອບຣະທົມ
ຫລືມີຄວາມຜິດອາຣົມຫວັ່ນໄຫວ
ຫລືຄົນຮັກໝ່າຍຟ້າຈຶ່ງໄດ້ຫລັ່ງນ້ຳຕາ
ດິນຢາກຊັບຢາກເຊັດນ້ຳຕາຟ້າຫລັ່ງ
ແຕ່ເກງຟ້າຊັງວ່າດິນຕ່ຳກວ່າຟ້າ
ດິນຍັງຫວັງຕັ້ງໃຈເອົາໄວ້ວ່າ
ຟ້າຢ່າໂສກສັນຢ່າຫວັນເກງກົວ
ດິນຈະສ້າງຕົວເປັນພູເຂົາທອງ
ຟ້າຄົງໃສສ່ອງສິ້ນຄວາມໝອງໝົ່ນຣຶທັຍ
ດິນຢາກຊັບຢາກເຊັດນ້ຳຕາຟ້າຫລັ່ງ
ແຕ່ເກງຟ້າຊັງວ່າດິນຕ່ຳກວ່າຟ້າ
ດິນຍັງຫວັງຕັ້ງໃຈເອົາໄວ້ວ່າ
ຟ້າຢ່າໂສກສັນຢ່າຫວັນເກງກົວ
ດິນຈະສ້າງຕົວເປັນພູເຂົາທອງ
ຟ້າຄົງໃສສ່ອງສິ້ນຄວາມໝອງໝົ່ນຣຶທັຍ